D.amone Risuta

D.amone Risuta

ບ້ານກັນລະຍານະມິດລາວທີ່ປະເທດຍີ່ປູ່ນ

drisuta@yahoo.co.jp

ເຕືອນໃຈລາວ

07/06/2014 17:08

ເຕືອນໃຈລາວ

 

ເຖິງແມ່ນວ່າປະຫວັດສາດກໍຄືໝາກຜົນຂອງທາງການເມືອງ ແລະເປັນສິ່ງຈາລຶກການຕໍ່ສູ້

ແລະວິຖີເພື່ອຄວາມເປັນຢູ່ຂອງສັງຄົມນັ້ນໆໃນກາລະຄັ້ງໜຶ່ງ ທີ່ເປັນໄປຕາມສະພາບການ

ບ້ານເມືອງນັ້ນຮຽກຮ້ອງຕ້ອງການ  ພ້ອມທັງແຮງກະຕຸ້ນຈາກອົງປະກອບຕ່າງໆທີ່ເອື້ອອໍາ

ນວຍໃຫ້ ສ້າງເປັນເຫດການຕາມແຕ່ລະຍຸກແຕ່ລະສະໄໝນັ້ນໆ, ແຕ່ຫາກແຍກການເມືອງ

ກໍຄືສ່ວນທີ່ເປັນເລື່ອງຕໍ່ສູ້ຂັດແຍ່ງ ຄວາມສັບສົນ ຄວາມວຸ້ນວາຍ ຄວາມຄຽດແຄ້ນຊິງຊັງ

ທັງຫຼາຍອອກໄປໃຫ້ໝົດ ກໍຄົງເຫຼືອເນື້ອແທ້ຂອງປະຫວັດສາດທ່ີເປັນພຽງນິທານອັນໜ້າ

ເສົ້າ ເປັນບົດຮຽນທີ່ບໍ່ສາມາດແກ້ໄຂແລະສອບເສັງຄືນໄດ້ອີກເທື່ອທີສອງ

       ດັ່ງເລື່ອງລາວຂອງ ລາວຫຼົງ ລາວຄັ່ງ ລາວພັດຖິ່ນ ແລະອື່ນໆ ທີ່ເປັນຂີດແຜເປັນໄວ້ໃຫ້

ເຫັນກັນຢູ່ຊັດເຈນແລະຈະແຈ້ງ ແຕ່ຈະແກ້ໄຂແລະປ່ຽນແປງໃຫ້ດີຄືນຄືເກົ່ານັ້ນບໍ່ໄດ້ສາແລ້ວ

 ທີ່ທໍາໄດ້ກໍຄືເອົາມາໃຊ້ເປັນເລື່ອງຂີດຂຽນ ຫຼືໃຊ້ເປັນພຽງຂໍ້ມຸນທີ່ມາສະເໜີໃຫ້ຮູ້ວ່າ ນັ້ນເປັນ

ຄວາມຫຼັງ ເປັນພຽງບົດຮຽນ,      ແຕ່ປະໂຍກອັນປະກອບພຽງຫ້າຫົກພະຍາງນີ້ ບຸກຄົນໃນປ

ະຫວັດສາດເຫຼົ່ານັ້ນຕ້ອງຂຽນມັນຂຶ້ນມາດ້ວຍເລືອດແລະນໍ້າຕາ,  ແຕ່ບັດນີ້ມີຄ່າເທົ່າກັບນໍ້າ

ເມິກຂອງນັກກະວີທໍ່ນັ້ນ ແລະມັນກໍມີບໍ່ພໍທໍ່ໃດ້ຄັ້ງທີ່ຮຽກຮ້ອງຢາດນໍ້າຕາ ຄວາມເຫັນອົກເຫັນ

ໃຈ ແລະຄວາມເຂົ້າອົກເຂົ້າໃຈຈາກລູກຫຼານລາວຜູ່ເກີດມາພາຍລຸນໃຫ້ລະນຶກເຖິງຄຸນຄ່າຈາກ

ບົດຮຽນເຫຼົ່ານັ້ນ.... ຫຼືວ່າຈະລໍໃຫ້ທັັມມະຊາດເຊັ່ນດຽວກັນນັ້ນກັບມາສອນ

ຄວາມສໍານຶກອີກເທື່ອໃໝ່..............?

       ຈຶ່ງຂໍຝາກກອນລໍາລຶກເພື່ອເຕືອນໃຈລາວບົດນີ້ແດ່ພີ່ນ້ອງລາວທັງຫຼາຍ ໃຫ້ຮັກແພງກັນ ສາ

ມະຄີກັນ ຮູ້ຈັກໃຫ້ອະໄພກັນ ຮ່ວມແຮງຮ່ວມໃຈກັນ ກ່ອນມັນຈະສາຍເກີນໄປ ກາຍເປັນປະຫວັດ

ສາດໜ້າໃໝ່ທີ່ຊໍ້າກວ່າເກົ່າ.

                              ------------------------------

                  

 

                                          ເຕືອນໃຈລາວ

 

       ເມືອງລາວຍາວໃຫຍ່ກ້ວາງ………… ສະໄໝກ່ອນປາງປະຖົມ

       ພາກເໜືອໃນເມືອງຈີນ……………  ຢູນ່ານນາມແນວເອີ້ນ

       ພໍ່ແມ່ລາວເຮົາແທ້…………………..ຂຸນບູຣົມລືອໍານາດ

       ໜອງແສຍາວໃຫຍ່ກ້ວາງ…………...ເມືອງແທ້ຊາດຕະກູລ

       ດິນແດນລາວທາງໃຕ້……………….ຂ້າງຕໍ່າຂອງລີ່ຜີ

       ມີກະແຈະຊຽງແຕງ …………………ແມ່ນເລືອດລາວທັງນັ້ນ

       ກໍ້າຕາວັນຕົກພຸ້ນ……………………ສາຍດົງເຢັນເປັນຟ້າຢ່ອນ

       ນະຄອນຣາຊສີມາແມ່ນປ້າຍ………… ລາວ-ໄທ ຂັ້ນເຂດແດນ

       ສ່ວນວ່າທາງຝ່າຍກໍ້າ…………………ເຂດຖິນບົວລະພາ

       ຕາມສາຍພູແດນແກວ………………..ແມ່ນເຂດລາວເຮົາແທ້

       ມີຊື່ແລວລໍານໍ້າ………………………ເຫຼືອຫຼາຍຫ້ວຍຮ່ອງ

       ນໍ້ດໍາ,ນໍ້າແດງກໍແມ່ຫ້ວຍ……………..ຂອງລາວແທ້ແຕ່ປະຖົມ

       ປະຊາກອນລາວບອກແຈ້ງ…………..ສະໄໝກ່ອນເດີມດາ

       ພົລເມືອງລາວຫຼາຍ………………….ຫ້າສິບປຸນປາຍລ້ານ

       ຍ້ອນວ່າລາວລວມກ້ອນ………………ຈັບມືກັນແໜ້ນແກ່ນ

       ນາມເຂົ້າໜຽວຜູກແໜ້ນ………………ສົມເຊື້ອກຽດຢູ່ດາວ ແທ້ນາ

       ລາວມີຊື່ຢູ່ຟ້າ………………………..ສະໄໝກ່ອນປະຫວັດການ

       ໂລກໄດ້ລືຄວາມດັງ………………….ວ່າລາວຈະເຣີນກ້າວ

       ແຕ່ເຖິິງຄາວສວັນແກ້ງ………………..ເມືອງລາວເລີຍຖືກຕັດແບ່ງ

       ຍ້ອນວ່າຄວາມຂັດແຍ້ງ………………..ຊິງກັນຂຶ້ນນັ່ງເມືອງ

       ເປັນເລື່ອງເລົ່າໃຫ້ຮູ້……………………ເຖິງລູກອອ່ນຫຼານເຫຼັນ

       ຜູ່ເກີດມາພາຍຫຼັງ………………………ເຫັນຍຸກລາວຈະສູນສິ້ນ

       ເພາະວ່າໄປຂໍຊົ້ນ………………………ສົມພານປະເທດອື່ນ

       ຄຶດຄືນຫຼັງຍິ່ງເສົ້າ………………………ນໍາຊຸມເຊື້ອຜູ່ພັດໄກ

       ເຊັ່ນ ຊາວລ້ານໄປແບ່ງຊົ້ນ………………ເນົາຢູ່ໃນເມືອງຈີນ

       ສາມສິບປາຍໃນອະສໍາ……………………ເຂດແດນອິນເດຽພຸ້ນ

       ສາມລ້ານມາຂໍຊົ້ນ…………………………ປົນແກວເອີ້ນລາວກ່າຍ

       ລ້່ານປ້າຍຕົກຢູ່ໃຕ້……………………ຂະເໝນພຸ້ນຄອບຄອງ

       ສອງລ້ານນອນຢູ່ອອ້ມ…………………ເມືອງໃຫຍ່ຫົງສາວະດີ

       ພະມ້າມາລາມລຸກ……………………..ຍາດປັນໄປໄດ້

       ສິບເຈັດຈັງຫວັດລາວເສຽໃຫ້……………ໄທກືນເອົາຄາຍບໍ່ອອກ

       ສິບລ້ານປາຍແມ່ນຊາດເຊື້ອ…………….ຕະກຸນຕົ້ນຊາດເຂົ້າໜຽວ

       ຕໍ່ມາ ຫົກແສນປາຍພາກບ້ານ…………..ແຕກຜ່າຍໜີສົງຄາມ

       ຕື່ນເສລີຄອມມູນິດ……………………..ພັດຜ່າຍໜີໄກບ້ານ

       ພາກັນໄປຂໍຊົ້ນ…………………………ປົນເປປະເທດຕ່າງ

       ເປັນປາງລາວແຕກມ້າງ…………………ບິນຂ້າມພົ້ນທະເລ

       ສີ່ລ້ານເນົາຢູ່ບ້ານ……………………….ເຂດຖິ່ນໃນດິນລາວ

       ພາຍາຍາມທົນທຸກ ……………………..ຊ່ວຍຕົນໃຫ້ດີໄດ້

       ບໍ່ຍອມເດີນຕາມກົ້ນ……………………..ທຶນນິຍົມຄືຊາດອື່ນ

       ມະຫາຊົນຮ່ວມສ້າງ……………………..ເປັນເຈົ້າຮ່ວມກັນ

       ບັດນີ້ ຝາກເຖິງລາວພີ່ນ້ອງ……………..ແນວໜໍ່ນາມເຂົ້າໜຽວ

       ຝາກເປັນແນວຄວາມຄິດ………….……ໃຫ້ຮິ່ນຕອງມອງແຈ້ງ

       ລາວຢ່າໄລລາຖິ້ມ……………………...ຕະກຸນຕົນໃຫ້ສູນເຊື່ອມ

       ເຖິງເວລາອວ່າຍໜ້າ…………………..ເຊີນລາວເຂົ້າຮ່ວມຮັກກັນ

       ປັ້ນກັນເຂົ້າໃຫ້ແໜ້ນ…………………..ໃຫ້ແຂງແກ່ນເໝືອນຫິນ

       ຮ່ວມສໍາພັນປອງດອງ………………….ດັ່ງເຂົ້າໜຽວເຮົາປັ້ນ

       ຮັກສາ “ດາວ” “ລາວ”ໄວ……………….ເຖິງລາວຜູ່ເກີດໃໝ່

       ບໍ່ຍອມປະປ່ອຍຖິ້ມ……………………..ສົມບັດເຊື້ອພໍ່ແມ່ລາວ ທ່ານເອີຍ

                                                                                    __ໂດຍ ລໍ11