D.amone Risuta

D.amone Risuta

ບ້ານກັນລະຍານະມິດລາວທີ່ປະເທດຍີ່ປູ່ນ

drisuta@yahoo.co.jp

ເລື່່ອງຂອງກົບກິນເດືອນ

07/06/2014 17:07

ກົບກິນເດືອນ

 

ກົບກິນເດືອນ ແມ່ນການໂຄຈອນຂອງໂລກຢູ່ລະຫວ່າງກາງຂອງພຣະອາທິດແລະພຣະຈັນ ສ່ວນກົນກິນຕາເວັນຫຼືສຸຣິຍະຄາດ ແມ່ນການໂຄຈອນ ຂອງພຣະຈັນທີ່ຢູ່ລະຫວ່າງກາງຂອງພຣະອາທິດແລະໂລກ.
ສ່ວນໃນນີ້ ຂ້າພະເຈົ້າໄດ້ຖອດອອກມາຈາກປື້ມໂຫຣາສາດພາກປະຕິທິນ ທີ່ຮຽບຮຽງໂດຍມະຫາສີລາ ວີຣະວົງສ໌ ທີ່ໃຊ້ສອນກັນຢູ່ໃນໂຮງຮຽນ ມັທຍົມແບບປະສົມຟ້າງຸ່ມ ດັ່ງນີ້ :

ອຸປຣາຄາ

ດັ່ງໄດ້ຮູ້ມາແລ້ວວ່າ ພຣະອາທິດ ພຣະຈັນ ພຣະອັງຄານ ພຣະພຸດ ພຣະຫັດ ພຣະສຸກ ພຣະເສົາ ເດີນຈາກຊ້າຍໄປຂວາ ແຕ່ພຣະຣາຫູ ແລະ ພຣະເກດ ເດີນຈາກຂວາໄປຊ້າຍ, ເພາະສະນັ້ນ ພຣະຣາຫູກັບພຣະເກດຈຶ່ງສວນທາງກັນກັບພຣະເຄາະໜ່ວຍອື່ນໆ ເປັນປົກຕິສເມີ.
ຕາມຄວາມເຊື່ອຖືທີ່ສືບກັນມາແຕ່ບູຮານ ເມື່ອພຣະຣາຫູສວນທາງກັບພຣະອາທິດ ແລະ ພຣະຈັນໃນຄາວໃດແລ້ວ ຣາຫູກໍຄຸບກິນພຣະອາທິດ ຫຼື ພຣະຈັນໃນຄາວນັ້ນທຸກໆ ເທື່ອ ຈຶ່ງບັນດານໃຫ້ມີອຸປຣາຄາຂື້ນ ( ສຸຣິຍຸປຣາຄາ ຫຼື ຈັນທຣຸປຣາຄາ ) ເພາະສະນັ້ນ ເມື່ອໃດເກີດມີອຸປຣາຄາຂື້ນ ປະຊາຊົນຈຶ່ງຕີຄ້ອງ ຕີກອງ ຍິງປືນເນືອງນັນຂື້ນ ເພື່ອໃຫ້ຣາຫູຕົກໃຈຢ້ານ ແລ້ວຄາຍພຣະອາທິດຫຼືພຣະຈັນອອກຈາກປາກໄປ.
ຄວາມເຊື່ອຖືນີ້ ບູຮານຈະຖືສືບກັນມາຈາກຊາດໃດກໍ່ບໍ່ຮູ້ໄດ້ແນ່ນອນ ແຕ່ເຂົ້າໃຈວ່າຄວາມເຊື່ອຖືກ່ຽວກັບ ຣາຫູ ເປັນສັດຕຣູກັບພຣະຈັນແລະພຣະອາທິດນີ້ ເຫັນວ່າຈະສືບກັນມາຈາກປະເທດອິນເດັຽ.