ຄວາມສໍາຄັນຂອງກັນລະຍານະມິດ
ບົນເສັ້ນທາງແຫ່ງການປະພຶດທັມ ກັນລະຍະນານະມິດເປັນອົງປະກອບທີ່ສໍາຄັນທີ່
ຂາດບໍ່ໄດ້ອີກປະການໜຶ່ງ ດັ່ງທີ່ພຣະສັມມາສັມພຸດທະເຈົ້າໄດ້ຕັດໄວ້ຢ່າງສັດເຈນແຈ່ມແຈ້ງໄວ້
ແລ້ວວ່າ:
“ ...ເມື່ອດວງອາທິດອຸໄທຢູ່ ຍ່ອມມີແສງອະຣຸນຂຶ້ນມາກ່ອນເປັນນິມິດ ສັນໃດ,
ການມີກັນລະຍານະມິດ ກໍເປັນຕົວນໍາ ເປັນບຸບພະນິມິດ ແຫ່ງການເກີດຂຶ້ນຂອງ
ຫົນທາງແຫ່ງພຣະນິພພານແກ່ຜູ່ປະພຶດທັມສັນນັ້ນ...”
“ ຄວາມມີກັນລະຍານະມິດເປັນທັງໝົດຂອງພົມມະຈັນ(ການຄອງຊີວິດປະເສີດ)ແລ,
ເພາະວ່າຜູ່ມີກັນລະຍານະມິດເພິ່ງຫວັງໄດ້ໃນສິ່ງດັ່ງກ່າວນີ້ ຄື ຈະເຣີນ, ຈະທໍາໃຫ້
ຄວາມເຖິງພ້ອມດ້ວຍອະຣິຍະມັກມີອົງແປດເປັນອາທິ”
“ ອາໄສເຮົາ(ພຣະພຸດທະອົງ) ຜູ່ເປັນກັນລະຍານະມິດ ເຫຼົ່າສັດທັງຫຼາຍຜູ່ມີຊາດເປັນ
ທັມມະດາກໍພົ້ນຈາກຊາດ, ຜູ່ມີຊະຣາເປັນທັມມະດາກໍພົ້ນຈາກຊະຣາ, ຜູ່ມີມໍຣະນະ
ເປັນທັມມະດາກໍພົ້ນຈາກມໍຣະນະ, ຜູ່ມີໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ແລະ
ອຸປາຍາສະເປັນທັມມະດາ ກໍພົ້ນຈາກໂສກະ ປະຣິເທວະ ທຸກຂ໌ ໂທມະນັສ ແລະ
ອຸປາຍາສະ..”
“ ເຮົາບໍ່ຫຼິງເຫັນອົງປະກອບພາຍນອກຢ່າງອື່ນແມ້ພຽງຢ່າງດຽວທີ່ມີປະໂຫຍດມາກ
ສໍາຫຼັບພິກສຸຜູ່ເປັນເສຂະ(ຜູ່ຍັງຕ້ອງສຶກສາຮຽນຮູ້ແລະປະຕິບັດຕົນຢູ່ ຍັງບໍ່ບັນລຸທັມ)
ຢູ່ ຈະສະເໝີເໝືອນຄວາມມີກັນລະຍານະມິດ, ຜູ່ມີກັນລະຍານະມິດຍ່ອມກໍາຈັດອະກຸ
ສົນໄດ້ ແລະຍ່ອມຍັງກຸສົນໃຫ້ເກີດຂຶ້ນ..”
ແລະຍັງມີພຸດທະພົດອັນເປັນເໝືອນດັ່ງຄໍາສະຫຼຸບສັງຮວມທັງໝົດນັ້ນວ່າ :
“ ຄວາມມີກັນລະຍານະມິດຍ່ອມເປັນໄປເພື່ອປະໂຫຍດຍິ່ງໃຫຍ່, ເພື່ອຄວາມດໍາຣົງ
ຄົງໝັ້ນ, ບໍ່ເຊື່ອສູນ ບໍ່ອັນຕະທານແຫ່ງພຣະສັດທັມ... ຯລຯ ”
ຈະເຫັນໄດ້ວ່າກັນລະຍານະມິດນັ້ນເປັນສິ່ງສໍາຄັນຫຼາຍສໍາຫຼັບການປະຕິບັດ ເພາະ
ເປັນປັດໄຈພາຍນອກທີ່ຊ່ວຍເຫຼືອເຮົາ ຊັກຈູງຊີ້ນໍາເຮົາ ບອກສິ່ງທີ່ຜິດພາດ ຍາມທີ່ເຮົາຜິດພາດ
ແລະຫຼົງທາງ ພ້ອມທັງເປັນກໍາລັງໃຈໃຫ້ເຮົາ ເປັນພິຍານໃນການທໍາຄວາມດີໃຫ້ເຮົາ.
ແລະກັນລະຍານະມິດທີ່ກ່າວມານີ້ກໍບໍ່ແມ່ນມີຄວາມໝາຍຄວາມສໍາຄັນແຕ່ສະເພາະ
ພຣະສົງເທົ່ານັ້ນ ຍັງກວມຮວມເອົາພຸດທະສາສນິກະຊົນທັງໝົດຜູ່ມີຄວາມມຸ່ງໝັ້ນ ໄຝຕໍ່ຫົນທາງ
ແຫ່ງມັກຜົນນິພພານ ຊີວິດບົນເສັ້ນທາງພົມມະຈັນ(ການຄອງຊີວິດປະເສີດ) ອັນເປັນຊີວິດທີ່
ມຸ່ງສູ່ປະຕູແຫ່ງມັກຜົນນິພພານ ອຸດົມການອັນສູງສຸດຂອງການປະຕິບັດໃນພຣະພຸດທະສາສນາ.
プロジェクトの歴史
ここではプロジェクトの歴史やどういう過程でプロジェクトを立ち上げられたのかを説明したり、プロジェクトのマイルストーンや訪問してくださる方に感謝の意を伝えます。
私たちのユーザー
ここでは常連ユーザーについて記述することができ、なぜこのプロジェクトが重要なのかを伝えます。 訪問者へ動機を与えることが、ウェブサイトに戻ってきてくれることにつながります。