ເລື່ອງກ້ວຍໆແຕ່ບໍທຳມະດາ
ກິນກ້ວຍ 3 ເວລາ ຫລຸດຄວາມສ່ຽງ ຫລອດເລືອດສະຫມອງອັດຕັນ
ນັກວິທະຍາສາດແນະນຳບໍລິໂພກຫມາກກ້ວຍມື້ລະ 3 ຄາບ ເຊິ່ງສານໂພແຕສຊຽມໃນຫມາກກ້ວຍ ຈະຊ່ວຍຫລຸດຄວາມສ່ຽງພະຍາດຫລອດເລືອດໃນສະຫມອງອັດຕັນໄດ້ເປັນ ຢ່າງດີ.
ການບໍລິໂພກອາຫານທີ່ອຸດົມໄປດ້ວຍໂພແຕສຊຽມເຊັ່ນ: ນົມ, ຖົ່ວ, ຜັກ ແລະ ປາ ເຖິງແມ່ນວ່າຈະມີການວິໄຈພົບວ່າການຮັບປະທານກ້ວຍຈະຊ່ວຍຄວບ ຄຸມຄວາມດັນເລືອດ ແລະ ປ້ອງກັນຫລອດເລືອດຫົວໃຈອັດຕັນໄດ້ ແຕ່ຍັງບໍ່ມີຜົນລັບທີ່ສອດຄ່ອງກັນຫລາຍພຽງພໍ.
ໃນຜົນການ ວິໄຈເທື່ອຫລ້າສຸດທີ່ຖືກຕີພິມໃນວາລະສານສະຖາບັນພະຍາດຫົວໃຈ ແຫ່ງສະຫະລັດອາເມລິກາ ໄດ້ລວບລວມຜົນການສຶກສາທີ່ແຕກຕ່າງກັນມີ 11 ການສຶກສາກໍ່ໄດ້ຂໍ້ສະ ຫລຸບທີ່ຄືກັນຄື ການບໍລິໂພກສານໂພແຕສຊຽມມື້ລະ 1.600 ມີລີກຣາມ ຈະຊ່ວຍຫລຸດຄວາມສ່ຽງການເປັນຫລອດເລືອດຫົວໃຈເຖິງ 1 ໃນ 5.
ໂດຍສະເລ່ຍຫມາກກ້ວຍຫນຶ່ງຫນ່ວຍມີສານໂພແຕສຊຽມປະມານ 500 ມີລີກຣາມ ຊ່ວຍຫລຸດຄວາມດັນເລືອດ ແລະ ຄວບຄຸມສົມດຸນຂອງແຫລວໃນຮ່າງກາຍ ຖ້າໂພແຕສຊຽມໃນເລືອດມີປະລິມານຫນ້ອຍ ຈະສົ່ງຜົນເຮັດໃຫ້ການເຕັ້ນຂອງຫົວໃຈຜິດປົກກະຕິເກີດອາການ ປວດຮາກ ແລະ ຖອກທ້ອງໄດ້.
ນັກວິໄຈຈາກມະຫາວິທະຍາໄລວາວິກ ແລະ ມະຫາວິທະຍາໄລເນເປິລ ກ່າວວ່າ ຂະນະນີ້ ປະຊາຊົນບໍລິໂພກໂພແຕສຊຽມມື້ຫນຶ່ງຫນ້ອຍກວ່າປະລິມານທີ່ ແນະນຳຢູ່ຂ້າງເທິງນັ້ນ ຖ້າປະຊາຊົນບໍລິໂພກອາຫານທີ່ອຸດົມດ້ວຍໂພແຕສຊຽມເພີ່ມຂຶ້ນ ແລະ ຫລຸດການບໍລິໂພກເກືອລົງ ປະລິມານການຕາຍຈາກພະຍາດຫລອດເລືອດສະຫມອງອັດຕັນ ກໍ່ຈະຫລຸດລົງມາ ຫລາຍກວ່າ 1 ລ້ານຄົນຕໍ່ປີໃນທົ່ວໂລກ.
ພະຍາດຫລອດເລືອດສະ ຫມອງອັດຕັນຂ້າຊີວິດປະຊາຊົນອັງກິດຫລາຍກວ່າ 200 ຄົນຕໍ່ມື້ ທາງກະຊວງສາທາລະນະສຸກຂອງອັນກິດຕ້ອງສູນເສຍຄ່າປິ່ນປົວດູແລ ຜູ້ປ່ວຍພະຍາດເສັ້ນເລືອດໃນສະຫມອງອັດຕັນປະມານ 2,3 ຕື້ປອນຕໍ່ປີ.