ຄົນຕາບອດຖືທວນໄຟ
ຄືນເດືອນແຮມ ແນມບໍ່ເຫັນ ແສນຈະມືດ
ຄ່ອຍເດີນເຈີດ ງົມທາງມືດ ບ່ອນບໍ່ເຫັນ
ມີພິກສຸ ອົງໜຸ່ມນ້ອຍ ຄ່ອຍເດີນເວັ້ນ
ມອງບໍ່ເຫັນ ເປັນຍິງຊາຍ ໃຜເດີນມາ
ເດີນໄປມາ ບ່ອນສ່ວານສົນ ຫຼາຍຄົນຜ່ານ
ເຫັນຂໍທານ ຜູ່ຊະຣາ ເດີນຜ່າຄົນ
ຖືກະບອງ ເປັນທວນໄຟ ແຍງໃຫ້ຕົນ
ແຕ່ເປັນຄົນ ຕາບອດໃບ້ ເຫດໃດເຫັນ
ເປັນສົນໃຈ ຂໍໄຕ່ຖາມ ຄໍາຈິງໄວ້
“ ເຫດອັນໃດ ຖືກະບອງ ມອງເຫັນຫຼື? ”
“ ບໍ່ເຫັນດອກ ອັນທວນໄຟ ທີ່ຂ້ອຍຖື
ແຕ່ຖືເພື່ອ ໃຫ້ຄົນເວັ້ນ ເຫັນຮ່ອມທາງ
ຢ່າເດີນຕໍາ ອະໄພນໍາ ຂ້ອຍຕາບອດ
ເດີນມາຮອດ ໃຫ້ຫຼີກທາງ ດັ່ງນີ້ແລ.... ”
ພິກສຸໜຸ່ມ ຊົມພລັນ ນັ້ນດີແນ່
ໃຈດີແທ້ ແມ້ຕາບອດ ຍອດນໍ້າໃຈ
ໃຊ່ອວດຕົນ ວ່າເປັນຄົນ ເຫັນທຸກຢ່າງ
ໃຈເຈົ້າຊ່າງ ບໍ່ມືດມົນ ຄົນຊ່າງມີ
ຄິດສິ່ງຊອບ ສົມປະກອບ ເປັນຄວາມດີ
ໃຈມິບອດ ເໝືອນເຫັນຍອດ ຂອດແຫ່ງທັມ
ເປັນກຸສົນ ສາທຸຊົນ ຄວນພິນິດ
ຢ່າພຽງຄິດ ເຫັນແກ່ຕົນ ຈົນຄວາມດີ
ຢ່າໃຈບອດ ບໍ່ເຫັນຮອດ ດີ ຊົ່ວ ມີ
ໃຈມິບອດ ເຫັນທາງສຸຂ ທຸກເຫືອຫາຍ
※ ລ໑໑