D.amone Risuta

D.amone Risuta

ບ້ານກັນລະຍານະມິດລາວທີ່ປະເທດຍີ່ປູ່ນ

drisuta@yahoo.co.jp

ニュース

ປາແດກ

08/06/2014 01:40
ກິນກ້ວຍ 3 ເວລາ ຫລຸດຄວາມສ່ຽງ...
ເຕືອນໃຈລາວ   ເຖິງແມ່ນວ່າປະຫວັດສາດກໍຄືໝາກຜົນຂອງທາງການເມືອງ...
ກົບກິນເດືອນ   ກົບກິນເດືອນ ແມ່ນການໂຄຈອນຂອງໂລກຢູ່ລະຫວ່າງກາງຂອງພຣະອາທິດແລະພຣະຈັນ...

ມິດແທ້ກັບມິດທຽມ ເປັນແນວໃດ

 

ຄໍາສອນເພື່ອການເລືອກຄົບມິດທ່ີດີ ແລະຮູ້ຫາມິດທີ່ດີ ແລະຄວນເປັນມິດທີ່ດີນັ້ນຕ້ອງ

ປະຕິບັດແນວໃດນັ້ນມີສອນໄວ້ລະອຽດ ແລະແຍກເປັນປະເພດຂອງມິດສອງປະເພດດັ່ງນີ້ :

 

ມິຕປະຕິຮູບ ຄືຄົນທຽມມິດ ຫຼືມິດທຽມ,ເພື່ອນຈອມປອນ ມີ ໔ ຈໍາພວກ

              ໑- ຄົນປອກລອກ        ໒- ຄົນດີແຕ່ເວົ້າ

              ໓- ຄົນຫົວປະຈົບ         ໓- ຄົນຊັກຊວນໃນທາງຈິບຫາຍ

 

ມິຕແທ້ ຄືເພື່ອນແທ້ ມີ ໔ ຈໍາພວກ

              ໑- ມິຕມີອຸປະກາຣະ              ໒- ມິຕຮ່ວມສຸກຮ່ວມທຸກ

              ໓- ມິຕແນະນໍາປະໂຫຍດ   ໓- ມິຕມີຄວາມຮັກໃຄ່

 

       ຂະຫຍາຍຄວາມໂດຍສັງເຂບໃນການປະພຶດຂອງເພື່ອນຫຼືມິຕແທ້ ແລະມິດທຽມ ເພື່ອນ

ທຽມເພື່ອນຈອມປອມ ເພື່ອໃຫ້ເຫັນໄດ້ແລະຈໍາແນກໄດ້ ວ່າມິດແນວໃດທີ່ເຮົາຄວນຄົບ ແລະໃຫ້

ຄວາມໄວ້ວາງໃຈ, ແລະຄົນແນວໃດມິດແນວໃດທີ່ຄວນຫຼີກອອກຫ່າງໄກ, ເຊິ່ງເຮົາຈະເຫັນມີຢູ່ຫຼວງ

ຫຼາຍໃນຊີວິດປະຈໍາວັນຂອງເຮົາ ດັ່ງຈະສະແດງໃຫ້ເຫັນດັ່ງນີ້:

 

ຄົນທຽມມິຕ, ມິຕທຽມດ,ມີຕຈອມປອມ, (ເພື່ອນຈອມປອມ) ໔ ຈໍາພວກ

໑) - ຈໍາພວກທີ ໑ ຄົນປອກລອກ ຫຼື ເພື່ອນປອກລອກມີລັກສະນະ ໔ ຢ່າງຄື:

໑-໑ ຄິດເອົາແຕ່ໄດ້ຝ່າຍດຽວ.

໑-໒ ເສຽໃຫ້ໜ້ອຍແຕ່ເອົາໃຫ້ໄດ້(ນໍາເຮົາ)ຫຼາຍ.

໑-໓ ເມື່ອມີໄພ(ຄວາມເດືອດຮ້ອນ)ແກ່ໂຕ ຈຶ່ງຮັບທໍາກິດຂອງເພື່ອນ.

໑-໔ ຄົບເພື່ອນເພື່ອເຫັນແກ່ປະໂຫຍດຂອງຕົນ.

 

໒) - ຈໍາພວກທີ ໒ ຄົນດີແຕ່ເວົ້າມີລັກສະນະ ໔ ຢ່າງຄື:

໒-໑ ເກັບເອົາສິ່ງລ່ວງມາແລ້ວມາປາໃສ(ອ້າງແຕ່ເລື່ອງເກົ່າ).

໒-໒ ອ້າງເອົາຂອງທີ່ຍັງບໍ່ມີມາເວົ້າ.

໒-໓ ສົງເຄາະ(ໃຫ້ຂອງ)ດ້ວຍສິ່ງທີ່ຫາປະໂຫຍດບໍ່ໄດ້.

໒-໔ ອອກປາກເພິ່ງບໍ່ໄດ້. (ຄາວຈະເພິ່ງພາແທ້ບໍ່ໄດ້).

 

໓) - ຈໍາພວກທີ ໓ ຄົນຫົວປະຈົບມີລັກສະນະ ໔ ຢ່າງຄື:

໓-໑ ຈະທໍາຊົ່ວກໍຄ້ອຍຕາມ(ລອຍນໍາກົ້ນ).

໓-໒ ຈະທໍາດີກໍຄ້ອຍຕາມ(ລອຍນໍາກົ້ນ)

໓-໓ ຕໍ່ໜ້າວ່າສັນລະເສີນ(ຍ້ອງແຕ່ຕໍ່ໜ້າ).

໓-໔ ລັບຫຼັງນິນທາ(ລັບຫຼັງເວົ້າແນວອື່ນ)

 

໔) - ຈໍາພວກທີ ໔ ຄົນຊັກຊວນໃນທາງຈິບຫາຍມີລັກສະນະ ໔ ຢ່າງຄື:

໔-໑ ຊັກຊວນເສບມຶນເມົາ( ຊວນກິນເຫຼົ້າກິນ ເສບຢາ).

໔-໒ ຊັກຊວນທ່ຽວກາງຄືນ(ຊວຍທ່ຽວສະຖານທີ່ບໍ່ດີ).

໔-໓ ຊັກຊວນໃຫ້ເມົາມົວນໍາການຫຼິ້ນ(ພາໃຫ້ເມົາຫຼິ້ນເມົາກິນເສຽເວລາ).

໔-໔ ຊັກຊວນໃຫ້ຫຼິ້ນການພະນັນ(ຫຼິ້ນໃນທາງຈິບຫາຍ)

 

ມິຕແທ້ ຫຼື ເພື່ອນແທ້ ໔ ຈໍາພວກ

໑) - ຈໍາພວກທີ ໑ ມິດມີອຸປະກາຣະ ມີລັກສະນະ ໔ ຢ່າງຄື:

໑-໑ ປ້ອງກັນເພື່ອນຜູ່ປະໝາດແລ້ວ( ຍາມປະໝາດພາດພັ້ງຄອຍເຕືອນ)

໑-໒ ປ້ອງກັນຊັບສົມບັດຂອງເພື່ອນຜູ່ປະໝາດແລ້ວ

໑-໓ ເມື່ອມີໄພມາເຖິງ ເປັນທີ່ເພິ່ງພາອາໄສໄດ້.

໑-໔ ເມື່ອມີທຸຣະ ຄວາມຈໍາເປັນ ຊ່ວຍອອກຊັບໃຫ້ເກີນກວ່າຄໍາເວົ້າ.

 

໒) - ຈໍາພວກທີ ໒ ມິຕຮ່ວມສຸກຮ່ວມທຸກມີລັກສະນະ ໔ ຢ່າງຄື:

໒-໑ ຂະຫຍາຍຄວາມລັບຂອງຕົນແກ່ເພື່ອນ(ບໍ່ມີລັບລົມຄົມໃນ).

໒-໒ ປິດຄວາມລັບຂອງເພື່ອນບໍ່ໃຫ້ຂະຫຍາຍອອກໄປ.

໒-໓ ບໍ່ປະຖິ້ມໃນຍາມວິບັດຂັດສົນ.

໒-໔ ແມ່ນຊີວິດກໍອາດສະລະແທນໄດ້ (ຈິງໃຈດ້ວຍຊີວິດ)

 

໓) - ຈໍາພວກທີ ໓ ມິຕແນະນໍາປະໂຫຍດມີລັກສະນະ ໔ ຢ່າງຄື:

໓-໑ ຫ້າມບໍ່ໃຫ້ທໍາຄວາມຊົ່ວ.

໓-໒ ແນະນໍາໃຫ້ຕັ້ງຢູ່ໃນຄວາມດີ.

໓-໓ ໃຫ້ຟັງສິ່ງທີ່ຍັງບໍ່ເຄີຍຟັງ(ໃຫ້ຟັງເລື່ອງດີມີປະໂຫຍດ)

໓-໔ ບອກທາງສະຫວັນໃຫ້( ບອກທາງບຸນທາງບາບໃຫ້).

໔) - ຈໍາພວກທີ ໔ ມິດມີຄວາມຮັກໃຄ່ (ຮັກແພງກັນຈິງ)ມີລັກສະນະ ໔ ຢ່າງຄື:

໔-໑ ມີທຸກກໍທຸກນໍາກັນ( ເປັນທຸກເປັນຮ້ອນນໍາໝູ່).

໔-໒ ມີສຸກກໍສຸກນໍາກັນ (ຍາມໄດ້ດີມີສຸກຄິດຢາກໃຫ້ເພື່ອນມີນໍາ).

໔-໓ ໂຕ້ຖຽງຄົນທີ່ເວົ້າຕິຕຽນເພື່ອນ (ປົກປ້ອງເພື່ອນ).

໔-໔ ຮັບຮອງຄົນທີ່ເວົ້າສັນລະເສີນເພື່ອນ( ຕ້ອນຮັບທໍາດີກັບຄົນທີ່ດີກັບເພື່ອນຕົນ).

 

       ທີ່ກ່າວມາທັງໝົດນີ້ເປັນລັກສະນະຂອງເພື່ອນແທ້ ເພື່ອນດີ ທ່ີຄວນຄົບເປັນໄປ

ເພື່ອຄວາມຈະເຣີນແກ່ຊົນຜູ່ຍັງເປັນຄາລະວາດຄອງເຮືອນ ເຊິ່ງຕ້ອງຢູ່ໃນສັງຄົມຄົນທັມມະ

ດາອັນມີທັງຄົນດີແລະຄົນບໍ່ດີ ແລະທີ່ສໍາຄັນຄວາມດີຄວາມຊົ່ວນັ້ນເບິ່ງໄດ້ຍາກ ຈໍາແນກໄດ້

ຍາກ ໂດຍສະເພາະໃນສັງຄົມຄົນຊັ້ນສູງ ເຊັ່ນຖານະ ແລະຄຸນນະວຸດທິທາງໃດທາງໜຶ່ງ

ເພາະປະກົດການທາງນອກນັ້ນສາມາດປົກປິດໄດ້ດ້ວຍຮູບແບບຂອງສັງຄົມ ປະເພນີ ແລະ

ຄ່ານິຍົມ ອັນເປັນໜ້າກາກບັງຄວາມເປັນຈິງໄວ້ໄດ້, ແຕ່ຄົນຈະດີຈະຊົ່ວກໍສາມາດຮູ້ໄດ້ດ້ວຍ

ວິທີຕ່າງໆ ເຊັ່ນຮູ້ວ່າເປັນຄົນສະຫຼາດມີປັນຍາດ້ວຍການສົນທະນາ, ຮູ້ຄວາມກ້າຫານເວລາ

ມີໄພອັນຕະລາຍເກີດຂຶ້ນ ແລະຮູ້ຄວາມສະອາດ(ທາງຄວາມຄິດຈິດໃຈ)ດ້ວຍການທໍາການ

ງານຮ່ວມກັນດັ່ງນີ້ເປັນຕົ້ນ.

 

              ນໍາສະເໜີ ໂດຍ ລ໑໑

ຮຽບຮຽງຈາກ ໜັງສື ນະວະໂກວາທ ສົມເດດພຣະຍານສັງວອນ ສົມເດັດພຣະສັງຄະຣາຊ

 

ກັບໜ້າຫຼັກປະຊາຄົມລາວ                          ກັບໜ້າຫຼັກກັນລະຍານະມິດ

行事カレンダー

新イベント

07/06/2014 17:07
新イベントの説明サンプルです。説明を修正したり、イベント自体を移動させることできます。